(ພາບ: VGP)
ຕອນເຊົ້າວັນທີ 27 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຈັດ ກອງປະຊຸມສະຫຼຸບສົກຮຽນ 2025 – 2026, ຜັນຂະຫຍາຍໜ້າທີ່ສົກຮຽນ 2026 – 2027. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກຈາກສຳນັກງານລັດຖະບານ (ຮ່າໂນ້ຍ) ກັບ 34 ສະຖານທີ່ເຊື່ອມຕໍ່ໃນທົ່ວປະເທດ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເນັ້ນໜັກວ່າ ຕ້ອງສຸມໃສ່ສຶກສາຄຸນສົມບັດ, ທັກສະດຳລົງຊີວິດ, ຮັບປະກັນສຸຂະພາບທາງດ້ານຮ່າງກາຍ, ຈິດໃຈ, ວັດທະນະທຳໂຮງຮຽນ, ຄວາມປອດໄພໃນໂຮງຮຽນ. ສຸມໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ເຊື່ອມຕໍ່ລະຫວ່າງການບຳລຸງສ້າງ ກັບວິສາຫະກິດ ແລະ ຕະຫຼາດແຮງງານ; ຄົ້ນຄວ້າວິທະຍາສາດຫັນເປັນເຕັກໂນໂລຊີ, ຜະລິດຕະພັນ, ປະດິດສ້າງ ແລະ ມູນຄ່າເພີ່ມຢ່າງແຮງ.
ດ້ວຍທັດສະນະທີ່ວ່າ ການສຶກສາບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ພັກ, ລັດ ແລະ ທົ່ວສັງຄົມຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດໃຫ້ແກ່ການສຶກສາ - ບຳລຸງສ້າງ. ສົກຮຽນ 2026 – 2027 ໄດ້ວາງອອກຄວາມຮຽກຮ້ອງເປັນຢ່າງສູງແມ່ນຕ້ອງສ້າງບາດກ້າວບຸກທະລຸ ແລະ ການປ່ຽນແປງການສຶກສາ ແລະ ບຳລຸງສ້າງຢ່າງແທ້ຈິງ.
