(ພາບ: VGP)
ຕອນບ່າຍວັນທີ 05 ສິງຫາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Mohamed Khaled bin Nordin, ລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ຫວຽດນາມ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາກົນໄກເຈລະຈາ, ໃຫ້ຄຳປຶກສາ, ແລກປ່ຽນຂໍ້ມູນ; ຊົມເຊີຍການນຳກະຊວງປ້ອງກັນປະເທດ, ກຳລັງປະກອບອາວຸດ ມາເລເຊຍ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 3 ແລະ ສົ່ງເສີມບັນດາວິສາຫະກິດປ້ອງກັນຊາດຂອງ ມາເລເຊຍ ເຂົ້າຮ່ວມການວາງສະແດງທີ່ງານວາງສະແດງ, ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍປີ 2026 ຢູ່ ຮ່າໂນ້ຍ.
ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ບັນລຸບັນດາໝາກຜົນຢ່າງແທ້ຈິງ, ປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ ແລະ ສ້າງປະຊາຄົມ ອາຊຽນ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.
