ຕອນ​ເຊົ້າ​ວັນ​ທີ 04 ກໍ​ລະ​ກົດ, ໄດ້​ອັດ​ກອງ​ປະ​ຊຸມປະ​ຈຳ​ເດືອນ ມິ​ຖຸ​ນາ 2026 ຂອງ​ລັດ​ຖະ​ບານ ແລະ ກອງ​ປະ​ຊຸມ​ທາງ​ໄກ​ລະ​ຫວ່າງ​ລັດ​ຖະ​ບານກັບ​ທ້ອງ​ຖິ່ນ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢືນ​ຢັນ​ວ່າ ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ​ຕ້ອງ​ຮັບ​ເອົາ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ທ​ິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢ່າງ​ເຂັ້ມ​ງວດ; ພ້ອມ​ກັນ​ນັ້ນ ກໍ່​ຊາບ​ຊຶມ​ວຽກ​ງານ​ຊີ້​ນຳ, ບໍ​ລິ​ຫານ​ຢ່າງ​ເຂັ້ມ​ງວດ ເພື່ອ​ບັນ​ລຸ​ໝາກ​ຜົນ​ທີ່​ດີກວ່າ, ສູງກວ່າ​ອີກ​ໃນ​ໄລ​ຍະ 6 ເດືອນ​ທ້າຍ​ປີ ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເມື່ອ​ເນັ້ນ​ໜັກ​ເຖິງ​ຄວາມ​ຢຶດ​ໝັ້ນ ແລະ ຄວາມຕັດສິນໃຈໃນການ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ປີ 2026 ແລະ ໄລ​ຍະ 2026 – 2030 ບັນ​ລຸ 2 ຕົວ​ເລກ, ພ້ອມ​ກັບ​ຄວາມ​ຮຽກ​ຮ້ອງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ແລະ ຮັບ​ປະ​ກັນ​ບັນ​ດາ​ຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ນ​ຮຶງ ໃຫ້​ຮູ້​ວ່າ ລັດ​ຖະ​ບານ​ໄດ້​ອັບ​ເດດ​ແຜນ​ການ​ເຕີບ​ໂຕ ແລະ ວຽກ​ງານ​ຊີ້​ນຳ, ບໍ​ລິ​ຫານ. ຂະ​ແໜງ​ການ, ທ້ອງ​ຖິ່ນ​ໃດທີ່​ບັນ​ລຸ​ໄດ້ ແລະ ລື່ນ​ຄາດ​ໝາຍ​ເຕີບ​ໂຕ​ໃນ 6 ເດືອນ​ຕົ້ນ​ປີ ຕ້ອງ​ສືບ​ຕໍ່​ສູ້​ຊົນ​ເພື່ອ​ບັນ​ລຸ​ຢູ່​ລະ​ດັບ​ສູງກວ່າ. ບັນ​ດາ​ຂະ​ແໜງ, ທ້ອງ​ຖິ່ນ​ໃດ​ທີ່​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້ ກໍ່ຕ້ອງ​ມີ​ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ໃຫ້​ສຳ​ເລັດ.