ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ປາດຖະໜາວ່າ ບັນດາວິສາຫະກິດ ຈີນ ຈະສືບຕໍ່ກຳນົດວ່າ ຫວຽດນາມ ແມ່ນແຫ່ງລົງທຶນ, ຜະລິດ, ດຳເນີນທຸລະກິດຢ່າງຍາວນານ; ສົມທົບກັນກັບວິສາຫະກິດ ຫວຽດນາມ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ລັກສະນະເພີ່ມເຕີມໃຫ້ແກ່ກັນລະຫວ່າງ 2 ພື້ນຖານເສດຖະກິດໃຫ້ດີກວ່າ,
“ຂ້າພະເຈົ້າສະເໜີໃຫ້ວິສາຫະກິດ 2 ປະເທດຕິດແທດກັບບັນດາການກຳນົດທິດການຮ່ວມມືໃຫຍ່ເຊິ່ງການນຳຂັ້ນສູງຂອງ 2 ພັກ, 2 ລັດໄດ້ເປັນເອກະພາບກັນ, ເປັນເຈົ້າການສະເໜີ ແລະ ຜັນຂະຫຍາຍບັນດາໂຄງການລະອຽດ. ຕ້ອງຍົກສູງຄຸນນະພາບການລົງທຶນ ແລະ ສຸມໃສ່ເຂົ້າໃນການເພີ່ມປະລິມານເຕັກໂນໂລຊີ ແລະ ນະວັດຕະກຳເປັນຕົ້ນ”.
ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ຮັບຟັງ, ຮ່ວມເດີນທາງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດລົງທຶນດຳເນີນທຸລະກິດແບບຍືນຍົງຢູ່ ຫວຽດນາມ ບັນລຸຜົນສຳເລັດ.
