ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເນັ້ນໜັກວ່າ ລັດຖະບານໄດ້ເອົາໃຈໃສ່ເປັນພິເສດເຖິງການຜັນຂະຫຍາຍເປົ້າໝາຍເຕີບໂຕ 2 ຕົວເລກຢູ່ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາຂົ້ວເຕີບໂຕໃຫຍ່ຂອງທົ່ວປະເທດ, ຄື: ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ສິ່ງສຳຄັນແມ່ນຕ້ອງສັງເກດຫາໃຫ້ຖືກບັນດາສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດ, ບັນດາຈຸດອຸດຕັນທີ່ພວມກີດຂວາງການເຕີບໂຕ; ພ້ອມກັນນັ້ນ, ກໍຕ້ອງພິຈາລະນາລະອຽດບັນດາມາດຕະການທີ່ ຮ່າໂນ້ຍ ໄດ້ ແລະ ພວມຜັນຂະຫຍາຍເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ. ບົນພື້ນຖານນັ້ນ, ລັດຖະບານຈະພ້ອມກັບນະຄອນຄົ້ນຄວ້າ, ແກ້ໄຂບັນດາຂໍ້ສະເໜີແນະ, ສະເໜີໃນສິດອຳນາດຂອງສູນກາງ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ.
