ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກ່າວຄຳເຫັນທີ່ການຖະແຫລງຂ່າວໃນວັນທີ 11 ຕຸລາ ປີ 2023 ຢູ່ແບກແລງ. ພາບ:AFP/TTXVN

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ພັກປະຊາທິປະໄຕສັງຄົມ(SPD), ທ່ານນາຍົກລັດຖະມົນຕີ ເຢຍລະມັນຊີ້ແຈ້ງວ່າ ວິກິດການດ້ານງົບປະມານຈະບໍ່ສະກັດກັ້ນໄດ້ນະໂຍບາຍຫນູນຊ່ວຍຂອງເຢຍລະມັນ ທີ່ສະຫງວນໃຫ້ແກ່ ຢູແກຼນ. ປະຈຸບັນ ເຢຍລະມັນ ແມ່ນເສົາຄ້ຳການຊ່ວຍເຫລືອໃຫຍ່ທີສອງຂອງ ຢູແກຼນ ພາຍຫລັງ ອາເມລິກາ.

ຄຳຖະແຫລງດັ່ງກ່າວຂອງນາຍົກລັດຖະມົນຕີ ເຢຍລະມັນ ໄດ້ຍົກອອກມາໃນສະພາບ ລັດຖະບານພັນທະມິດຂອງທ່ານ ພວມປະເຊີນຫນ້າກັບບັນດາບັນຫາໃຫຍ່ໃນຄວາມມານະພະຍາຍາມຊອກແຫລ່ງງົບປະມານຢ່າງພຽງພໍເພື່ອອຸປະຖຳໃຫ້ແກ່ບັນດາແຜນການໃຊ້ຈ່າຍຂອງລັດຖະບານປີ 2024.