(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານເລຂານຸການໃຫຍ່ GCC Jassim Muhammad Al-Budaiwi)

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - ສະພາການຮ່ວມມືເຂດອ່າວເປີເຊຍ (GCC) ແລະ ຢ້ຽມຢາມລາຊະອານາຈັກ ຊະອຸດີ ອາຣັບບີ, ຕອນບ່າຍວັນທີ 19 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມສຳນັກງານ ສະພາການຮ່ວມມືເຂດອ່າວເປີເຊຍ (GCC), ພົບປະກັບທ່ານເລຂານຸການໃຫຍ່ GCC Jassim Muhammad Al-Budaiwi ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະເລຂາ GCC.

ທີ່ການແລກປ່ຽນກັບທ່ານເລຂານຸການໃຫຍ່ GCC Jassim Muhammad Al-Budaiwi, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນເລື່ອງ ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ GCC ແລະ ບັນດາປະເທດສະມາຊິກ, ທ່ານເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວຈະເປັນຂົວຕໍ່, ຊຸກຍູ້ການຮ່ວມມື ອາຊຽນ - GCC.

ສ່ວນທ່ານເລຂານຸການໃຫຍ່ GCC, Jassim Muhammad Al-Budaiwi, ຢືນຢັນວ່າ ທັງໝົດ 6 ປະເທດເຂດອ່າວເປີເຊີຍ ລ້ວນແຕ່ມີການພົວພັນອັນດີງາມກັບ ຫວຽດນາມ ແລະ 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຫຼາຍຢ່າງ, ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຕັ້ງໜ້າໜູນຊ່ວຍ ຫວຽດນາມ ຊຸກຍູ້ການຮ່ວມມືກັບບັນດາປະເທດສະມາຊິກໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ.

(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຫົວໜ້າຝ່າຍບໍລິຫານກອງທຶນພັດທະນາ ຊະອຸດີ ອາຣັບບີ)

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ຕ້ອນຮັບການນຳບາງກຸ່ມບໍລິສັດເສດຖະກິດ, ກອງທຶນໃຫຍ່ຂອງ ຊະອຸດີ ອາຣັບບີ, ລວມມີ: ກຸ່ມບໍລິສັດ Aramco, ກອງທຶນພັດທະນາ ຊະອຸດີ ອາຣັບບີ, ກອງທຶນລົງທຶນສາທາລະນະ ຊະອຸດີ ອາຣັບບີ.