ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບການນໍາແຂວງນິວທ້ວນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຕື້ອງເຖິງມະຕິຂອງລັດຖະບານກ່ຽວກັບກົນໄກນະໂຍບາຍສະເພາະ ໜູນຊ່ວຍແຂວງ ນິງທ້ວນ ພັດທະນາເສດຖະກິດ. ທ່ານນາຍົກລັດຖະມົນຕີ ກໍເນັ້ນໜັກເຖິງຄວາມຮຽກຮ້ອງສໍາລັບການນໍາແຂວງ ນິງທ້ວນ ຈົ່ງເສີມຂະຫຍາຍນໍ້າໃຈຄວາມຂະຫຍັນຂັນເຄື່ອນ, ຂ້ຽວຂາດ ແລະໃກ້ຊິດທິດແທດກັບສະພາບການຕົວຈິງຕື່ມອີກ ເພື່ອຄຸ້ມຄອງ, ບໍລິຫານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈວ່າແຂວງນິງທ້ວນ ຄວນສືບຕໍ່ປ່ຽນແປງໃໝ່ຮອບດ້ານວຽກງານຊີ້ນໍາ, ບໍລິຫານ, ປະຕິຮູບການບໍລິຫານ, ໂດຍສະເພາະແມ່ນລະບຽບການບໍລິຫານ. ພ້ອມກັນນັ້ນ, ແຂວງ ນິງທ້ວນ ຕ້ອງພັດທະນາແຫຼ່ງຊັບພະຍາກອນມະນຸດ, ເອົາໃຈໃສ່ເຖິງການຮັບປະກັນຊີວິດສັງຄົມ; ຍູ້ແຮງວຽກງານກໍ່ສ້າງພັກ.