|
(ພາບ: vov.vn) |
ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງທົ່ວຄະນະ ໄດ້ແຂ່ງຂັນດ້ວຍເຈດຈຳນົງ, ຄວາມມຸ່ງຫວັງຂອງກິລາຫວຽດນາມ, ອັນໄດ້ສະແດງໃຫ້ເຫັນເຖິງນ້ຳໃຈສາມັກຄີ, ຄວາມພາກພູມໃຈຂອງຊາດ, ຄວາມຕັດສິນໃຈສູງສົ່ງ, ຄວາມມານະພະຍາຍາມສູ້ຊົນເພື່ອຍາດໄດ້ຜົນສຳເລັດ. ຜົນງານຂອງຄະນະໄດ້ຢັ້ງຢືນກຽດສັກສີ ແລະ ຄວາມຕັດສິນໃຈ, ຄວາມເຈດຈຳນົງໃນການແຂ່ງຂັນ.
ເຕື້ອງເຖິງບັນດາຈຸດ “ທຳອິດ” ໃນການແຂ່ງຂັນທີ່ ASIAD 2018 ຂອງຄະນະນັກກິລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງ ຄັ້ງທຳອິດ, ທີ່ທີມກິລາບານເຕະຊາຍ ຫວຽດນາມ ລອດເຂົ້າຮອບຮອງຊະນະເລີດ(ຮອບ 4 ທີມສຸດທ້າຍ), ເປັນທີມບານເຕະໜຶ່ງດຽວຂອງບັນດາປະເທດ ອາຊຽນ ທີ່ບັນລຸຜົນງານສູງຢູ່ ASIAD 2018. ຈາກນັ້ນກໍ່ເປັນຄັ້ງທຳອິດ, ກິລາແລ່ນລານ ແລະ rowing, ເຊິ່ງແມ່ນ ສອງປະເພດກິລາສຳຄັນຂອງເນື້ອໃນການແຂ່ງຂັນ ໂອແລມປິກ ທີ່ຄະນະນັກກິລາຫວຽດນາມຍາດໄດ້ຫຼຽນຄຳ. ນີ້ກໍ່ແມ່ນຄັ້ງທຳອິດ, ຄະນະນັກກິລາຫວຽດນາມເຂົ້າຮ່ວມການແຂ່ງຂັນ ASIAD ດ້ວຍຈຳນວນນັກກິລາຫຼາຍທີ່ສຸດ, ແລະ ຈຳນວນປະເພດການແຂ່ງຂັນຫຼາຍທີ່ສຸດ, ເຊິ່ງສະແດງອອກເຖິງການພັດທະນາຢ່າງ ເຂັ້ມແຂງ, ອຸດົມສົມບູນຂອງກິລາຫວຽດນາມ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງຜົນງານດັ່ງກ່າວແມ່ນດີເດັ່ນທີ່ສຸດ, ສະແດງເຖິງນ້ຳໃຈສາມັກຄີ, ເຈດຈຳນົງຄວາມຕັດສິນໃຈຂອງຄູຝຶກ ແລະ ນັກກິລາ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີກໍ່ຕີລາຄາສູງບັນດາອົງການສື່ມວນຊົນ, ພິເສດແມ່ນ ວິທະຍຸກະຈາຍສຽງຫວຽດນາມ VOV, ໂທລະພາບດິຈິຕ້ອນ VTC ທີ່ໄດ້ຕັ້ງໜ້າໄປພ້ອມໆກັນ, ໂດຍການ ສົ່ງຮູບພາບ, ບັນຍາກາດການແຂ່ງຂັນກິລາຂອງຄະນະນັກກິລາຫວຽດນາມທີ່ ASIAD 2018; ຜ່ານນັ້ນກໍ່ສະແດງໃຫ້ເຫັນເຖິງນ້ຳໃຈ, ຄວາມໃສ່ໃຈອັນໃຫຍ່ຫຼວງຂອງປະຊາຊົນ ຕໍ່ກັບຜົນງານການແຂ່ງຂັນຂອງຄະນະ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນສາມ ຂອງປະທານປະເທດ ໃຫ້ແກ່ 7 ບຸກຄົນທີ່ມີຜົນງານດີເດັ່ນ ຂອງຄະນະນັກກິລາ ຫວຽດນາມ ທີ່ ASIAD 2018.

