ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທູດພິເສດຂອງນາຍົກລັດຖະມົນຕີ ອົດສະຕາລີ |
ພວມພັດທະນາແຂງແຮງ, 2 ຝ່າຍພວມກາຍເປັນຄູ່ຮ່ວມມືສຳຄັນຂອງກັນໃນຫລາຍຂົງເຂດ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຫວຽດນາມ ປາດຖະໜາຢາກນຳການພົວພັນ 2 ປະເທດຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີກໍ່ຕີລາຄາສູງແຫຼ່ງເງິນອຸປະຖຳ ODA ຂອງ ອົດສະຕາລີ ທີ່ສະຫງວນໃຫ້ ຫວຽດນາມ, ປະກອບສ່ວນໜູນຊ່ວຍເສດຖະກິດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ…ທ່ານນາຍົກລັດຖະມົນຕີກໍ່ປາດຖະໜາວ່າ ບັນດາວິສາຫະກິດ ອົດສະຕາລີ ເອົາໃຈໃສ່ເຖິງ ຫວຽດນາມ ກ່ວາອີກ, ລົງທຶນເຂົ້າບັນດາຂົງເຂດທີ່ມີທ່າແຮງຂອງ 2 ຝ່າຍຄື: ຜະລິດກະສິກຳເຕັກໂນໂລຊີສູງ, ພັດທະນາການລ້ຽງສັດ…ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກຝ່າຍ ອົດສະຕາລີ ສ້າງເງື່ອນໄຂສະດວກ ເພື່ອໃຫ້ພົນລະເມືອງ ຫວຽດນາມ ໄປຍັງ ອົດສະຕາລີ ອອກແຮງງານ, ພັກຜອນບຳລຸງສຸຂະພາບ, ພ້ອມທັງເປີດກ້ວາງ ແລະ ເພີ່ມຈຳນວນແຮງງານ.

