(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ແກ່ 20 ເມືອງທຸກຍາກ) |
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ການນຳ 20 ເມືອງດັ່ງກ່າວ ຕ້ອງນຳໃຊ້ຈຳນວນເງິນນີ້ ເພື່ອກໍ່ສ້າງເຮືອນ 500 ຫຼັງໃຫ້ແກ່ຄົນມີຄຸນງາມຄວາມດີໃນການປະຕິວັດ, ຄົນທຸກຍາກ, ຮັບປະກັນຄວາມຍຸຕິທຳ, ກະຈາງແຈ້ງ, ຖືກເປົ້າໝາຍ ແລະສະແດງຈຸດປະສົງມະນຸດສະທຳ, ຄວາມງາມຢ່າງກະຈາງແຈ້ງຂອງການຂາຍປະມູນນີ້. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ປາດຖະໜາວ່າ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ບັນດາແຂວງ, ນະຄອນ ສືບຕໍ່ປຸກລະດົມໃຫ້ທົ່ວສັງຄົມໃນການປະຕິບັດບັນດານະໂຍບາຍໃຫ້ແກ່ຜູ້ມີຄຸນງາມຄວາມດີໃນການປະຕິວັດ ຜູ້ທຸກຍາກທີ່ພວມກວມເອົາ 7% ຂອງພົນລະເມືອງ ໃຫ້ເປັນຢ່າງດີ.

