ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານ ລົວຈິງຣວງ ປະທານສະພາພັດທະນາການຄ້າ ຮົງກົງ (ພາບ: vietnam+)

ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານ ລົວຈິງຣວງ ປະທານສະພາພັດທະນາການຄ້າ ຮົງກົງ (ຈີນ) ໃນວັນທີ 20 ພຶດສະພາ. ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ, ຫວຽດນາມ ຄວນພັດທະນາພື້ນຖານໂຄງລ່າງທີ່ທັນສະໄໝ ເຊິ່ງແມ່ນຂົງເຂດທີ່ຕ້ອງການມີທຶນຫລາຍທີ່ສຸດ. ດັ່ງນັ້ນ ຫວຽດນາມ ປາດຖະໜາຢາກດຶງດູດເງິນລົງທຶນເຂົ້າພື້ນຖານໂຄງລ່າງຄື: ທາງລົດໄຟ, ທາງບົກ, ທາງອາກາດ, ທາງນ້ຳ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດານັກລົງທຶນ ໃນນັ້ນມີນັກລົງທຶນ ຮົງກົງ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດປະສົບຜົນສຳເລັດຢູ່ ຫວຽດນາມ.