ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson

ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ຝຣັ່ງ, ທ່ານປະທານສະພາ ເອີຣົບ Donald Tusk ຖະແຫຼງວ່າ: ທ່ານຈະບໍ່ຮ່ວມມືກ່ຽວກັບເລື່ອງ Brexit ບໍ່ມີຂໍ້ຕົກລົງ. ທ່ານ Donald Tusk ໃຫ້ຮູ້ວ່າ: ຈະພ້ອມແລ້ວທີ່ຈະຮັບຟັງບັນດາຄຳຄິດເຫັນຈາກທ່ານ Boris Johnson ກ່ຽວກັບວິທີຫຼີກລ້ຽງ Brexit ບໍ່ມີຂໍ້ຕົກລົງໃນການພົບປະລະຫວ່າງ 2 ຝ່າຍໃນວັນທີ 25 ສິງຫາ ຢູ່ນອກກອງປະຊຸມສຸດຍອດ G7.