ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ຜູ້ຍົກໂປ້ - ພາບ: TTXVN)

ວັນທີ 28 ຕຸລາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຮຽກຮ້ອງໃຫ້ ສະຫະພາບເອີຣົບ (ອີຢູ) ບໍ່ສະໜັບສະໜູນການເລື່ອນວັນເວລາດໍາເນີນວິວັດທະນາການອັງກິດ ຖອນຕົວອອກຈາກ ອີຢູ ຫຼື ຍັງເອີ້ນວ່າ Brexit, ພາຍຫຼັງບັນດາປະເທດສະມາຊິກ ອີຢູເຫັນດີເປັນເອກະພາບຕໍ່ການເລື່ອນວັນເວລາ Brexit ມາເປັນ 3 ຄັ້ງ. ໃນຈົດໝາຍສົ່ງໄປຍັງທ່ານປະທານສະພາເອີຣົບ Donald Tusk, ທ່ານນາຍົກລັດຖະມົນຕີອັງກິດ Johnson ຊີ້ແຈ້ງວ່າ ທ່ານຈະຍອມຮັບຕໍ່ການຕັດສິນຂອງ ອີຢູ, ແຕ່ກໍເນັ້ນໜັ້ກວ່າ ຈະຊຸກຍູ້ບັນດາປະເທດສະມາຊິກ ອີຢູ ເຮັດແຈ້ງກ່ຽວກັບທັດສະນະທີ່ວ່າ ບໍ່ອາດມີການເລື່ອນວັນເວລາໃດໆອີກ ພາຍຫຼັງວັນທີ 31 ມັງກອນ 2020 .

ກ່ອນໜ້ານັ້ນໃນວັນດຽວກັນ, ຢູ່ກອງປະຊຸມຈັດຂຶ້ນຢູ່ ບຣຸກແຊັນ ປະເທດແບນຊິກ, ບັນດາປະເທດສະມາຊິກ ອີຢູ ໄດ້ເຫັນດີຕໍ່ການເລື່ອນວັນເວລາດໍາເນີນ Brexit ອອກໄປອີກ 3 ເດືອນ, ໝາຍຄວາມວ່າ ຈະດໍາເນີນໃນວັນທີ 31 ມັງກອນ 2020 ແທນທີ່ຈະດໍາເນີນໃນວັນທີ 31 ຕຸລາ ຈະມາເຖິງ.