ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison (ພາບ: AFP/TTXVN) |
ດ້ວຍຈຳນວນບັດໄດ້ນັບກ່ວາ 60%, ພັກສຳພັນທະມິດກຳອຳນາດໄດ້ຮັກສາທີ່ຕັ້ງ ສືບຕໍ່ນຳພາປະເທດຊາດ. ຊ່ອງໂທລະພາບ ABC ໃຫ້ຮູ້ວ່າ: ພັກສຳພັນທະມິດຮັກສາເດີມຍາດໄດ້ທີ່ນັ່ງໜ້ອຍສຸດ 74 ທີ່ນັ່ງໃນຈຳນວນ 151 ທີ່ນັ່ງຢູ່ສະພາຕ່ຳ ອົດສະຕາລີ, ໃນຂະນະນັ້ນ, ພັກແຮງງານຝ່າຍຄ້ານຍາດໄດ້ໜ້ອຍສຸດ 65 ທີ່ນັ່ງ. ການເລືອກຕັ້ງສະຫະລັດ ອົດສະຕາລີ ຄັ້ງນີ້ ແມ່ນການແຂ່ງຂັນລະຫວ່າງພັກເສລີຂອງທ່ານນາຍົກລັດຖະມົນຕີ Morrison ແລະ ພັກແຮງງານຝ່າຍຄ້ານຂອງທ່ານ Bill Shorten.

