|
ໄປຮອດສະໜາມບິນສາກົນ Jean Lesage, ນະຄອນ Quebec (ພາບ: VGP) |
ຕາມລາຍການເຮັດວຽກແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ; ພົບປະ, ເຮັດວຽກກັບການນຳບາງປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດ G7 ແລະ ກອງປະຊຸມສຸດຍອດ G7 ເປີດກວ້າງ.
ໃນວັນທີ 10 ມິຖຸນາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີການາດາ Justin Trudeau ຈະຕ້ອນຮັບ ແລະ ເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຈະຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະ ຊາວຫວຽດນາມ ອາໄສຢູ່ການາດາ.

