ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາຕ່ຳອົດສະຕາລີ ທ່ານ Tony Smith

ທ່ານປະທານສະພາຕ່ຳ ອົດສະຕາລີ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ອົດສະຕາລີ ຍາມໃດກໍ່ປາດຖະຫນາຢາກເພີ່ມທະວີການພົວພັນຮ່ວມມືກັບສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ກວ່າອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາວ່າ ໃນໄລຍະຈະມາເຖິງ ສອງປະເທດ ຄວນສືບຕໍ່ຍູ້ແຮງການຮ່ວມມືແທດຈິງ, ເປັນຕົ້ນໃນບັນດາຂົງເຂດເສົາຄ້ຳ ແລະ ຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນຄື: ເສດຖະກິດ ການຄ້າ, ການລົງທຶນ ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ ບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ກະສິກຳ ເຕັກໂນໂລຊີສູງ, ການຊ່ວຍເຫລືອພັດທະນາ. ຫວຽດນາມ ຕັດສິນໃຈໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟິກ ໃນປີ 2018 ແລະ ຈະຮ່ວມມືຢ່າງແຫນ້ນແຟ້ນກັບ ອົດສະຕາລີ ໃນການຜັນຂະຫຍາຍສັນຍານີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກ ອົດສະຕາລີ ສືບຕໍ່ສະຫນັບສະຫນູນຫວຽດນາມໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງ, ພັດທະນາກະສິກຳ ຊົນນະບົດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ Tony Smith ຊີ້ແຈ້ງ ອົດສະຕາລີ ເຄົາລົບຄວາມເສລີໃນການເດີນທະເລ ແລະ ທັດສະນະນີ້ຍາມໃດກໍ່ໄດ້ຢັ້ງຢືນບໍ່ວ່າຢູ່ ຫວຽດນາມ ຫລື ອົດສະຕາລີ ຫາກບໍ່ວ່າຢູ່ບ່ອນໃດໃນໂລກ.