ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບທ່ານ Michael Mullerຜູ້ວ່າການລັດທັງເປັນເຈົ້າຂອງນະຄອນBerlin

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ເຈົ້າຄອງນະຄອນ ຮັບຊາບກ່ຽວກັບຈຸດປະສົງການຢ້ຽມຢາມ ເຢຍລະມັນຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າ ແລະ ສະເຫນີ ໃຫ້ ຜູ້ວ່າການລັດ ແບ່ງປັນບົດຮຽນໃນການວາງແຜນຜັງ, ພັດທະນາຕົວເມືອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກສະເຫນີ ອຳນາດການປົກຄອງນະຄອນ Berlin ສະຫນັບສະຫນູນໂຄງການ ໂຮງຮຽນລ້ຽງເດັກສອງພາສາ ເຢຍລະມັນ ແລະ ຫວຽດນາມ ແລະ ຫນູນຊ່ວຍບັນດາສູນການຄ້າຂອງຊາວຫວຽດນາມ ກໍຄືບັນດາໂຄງການຮ່ວມມື, ລົງທຶນຂອງຫວຽດນາມ ຢູ່ ເຢຍລະມັນ.