ທີ່ການຕ້ອນຮັບທ່ານປະທານສະຫະພັນບານເຕະໂລກ Gianni Infantino

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຢູ່ ຫວຽດນາມ, ບານເຕະແມ່ນປະເພດກິລາໄດ້ຮັບຄວາມສົນໃຈເປັນພິເສດຂອງທົ່ວສັງຄົມ. ພິເສດ ແມ່ນຜົນງານຂອງທິມ U23 ຫວຽດນາມ ຍາດໄດ້ລາງວັນທີສອງໃນການແຂ່ງຂັນບານເຕະ U23 ອາຊີ 2018 ຜ່ານມາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂໜູນຊ່ວຍ, ລົງທຶນ ເພື່ອໃຫ້ບານເຕະຢູ່ ຫວຽດນາມ ພັດທະນາປອດໃສ, ໝັ້ນຄົງ ໂດຍຜ່ານການສ້າງກົນໄກດ້ານນິຕິກຳໃນການພັດທະນາບານເຕະໃຫ້ສົມບູນແບບ; ຊຸກຍູ້ບັນດາຂະບວນການເຝິກແອບ ແລະ ແຂ່ງຂັນບານເຕະ, ສະໜາມບານເຕະ…

ສ່ວນທ່ານປະທານ Gianni Infantino ໃຫ້ຮູ້ວ່າ: FIFA ພວມພັດທະນາໂຄງການບານເຕະໂຮງຮຽນຢູ່ ຫວຽດນາມ, ດັ່ງນັ້ນ FIFA ມີຄວາມປາດຖະໜາຢາກໄດ້ຮັບການໜູນຊ່ວຍຈາກ ລັດຖະບານ ກ່ຽວກັບກົນໄກ, ນະໂຍບາຍ ເພື່ອພ້ອມກັນສົ່ງເສີມຄວາມເກັ່ງກ້າສາມາດ, ຄວາມຮັກບານເຕະໃນໝູ່ນັກຮຽນທັງເພດຊາຍ ແລະ ຍິງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Cho Hyun Joon

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Cho Hyun Joon ປະທານກຸ່ມບໍລິສັດ Hyosung (ສ.ເກົາຫຼີ). ທີ່ການຕ້ອນຮັບ, ທ່ານປະທານກຸ່ມບໍລິສັດ Hyosung ໃຫ້ຮູ້ວ່າ: ກຸ່ມບໍລິສັດ Hyosung ມີຄວາມປາດຖະໜາຢາກຮ່ວມມືລົງທຶນເຂົ້າ ຫວຽດນາມ, ເປັນຕົ້ນແມ່ນເລື່ອງສະໜອງໝໍ້ແປງໄຟຊະນິດຕ່າງໆ ເຊິ່ງຕະຫລາດ ຫວຽດນາມ ພວມມີຄວາມຕ້ອງການ. ທ່ານ Cho Hyun Joon ກໍ່ສະເໜີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈັດຕັ້ງເວທີປາໄສລົງທຶນຂອງ ສ.ເກົາຫຼີ ເຂົ້າ ຫວຽດນາມ ເພື່ອດຶງດູດບັນດານັກລົງທຶນ ສ.ເກົາຫຼີ ເຂົ້າ ຫວຽດນາມ ຫລາຍກ່ວາອີກ.