ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນພິທີ (ພາບ: baotainguyenmoitruong.vn)

ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ເປີດນໍາໃຊ້ຂົວຮວ່າງວັນຖຸ ຈະເປີດກາລະໂອກາດໃໝ່ໃຫ້ແກ່ການພັດທະນາຕົວເມືອງ ທາງທິດເໜືອແມ່ນໍ້າເກີ໊ມ, ເຊິ່ງເປັນການກໍານົດທິດວາງແຜນຜັງ ທີ່ນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານ. ຂົວແຫ່ງນີ້ ໂດຍບັນດາວິສະວະກອນ ແລະ ຜູ້ຮັບເໝົາຫວຽດນາມເປັນຜູ້ອອກແບບ ແລະ ກໍ່ສ້າງ, ປະຕິບັດສໍາເລັດໃນໄລຍະເວລາກວ່າ 2 ປີ ດ້ວຍປະລິມານໜ້າວຽກຢ່າງຫຼວງຫຼາຍ, ມີຄວາມຮຽກຮ້ອງຕ້ອງການດ້ານເຕັກນິກສູງ, ຮັບປະກັນຄວາມງາມ ແລະ ສະຖາປັດຕະຍາກໍາອີກດ້ວຍ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກໍໃຫ້ການຕີລາຄາວ່າ ນີ້ແມ່ນການຂະຫຍາຍຕົວຢ່າງແຮງຂອງຂະແໜງຄົມມະນາຄົມຂົນສົ່ງຫວຽດນາມ ກໍຄືນະຄອນ ຫາຍຟ່ອງ.