ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຮັດວຽກກັບການນຳແຂວງ ລາຍເຈົາ (ພາບ: VGP)

ກ່າວຄຳເຫັນສະຫລຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີວ່າ: ແຂວງ ສືບຕໍ່ປະຕິບັດບັນດາມາດຕະການກ່ຽວກັບການພັດທະນາເສດຖະກິດສັງຄົມຢ່າງຄົບຊຸດ. ສືບຕໍ່ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕາມທິດໝູນໃຊ້ເຕັກໂນໂລຊີສູງເຂົ້າໃນວິວັດການຜະລິດ, ເພີ່ມທະວີການດຶງດູດບັນດາວິສາຫະກິດມາລົງທຶນໃນຂົງເຂດກະສິກຳ.

ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພ້ອມດ້ວຍຄະນະປະຕິບັດງານສູນກາງໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ປ້ອມປ້ອງກັນຊາຍແດນ ຊິນຊ໊ວຍໂຮ່ ຢູ່ເມືອງ ຟອງໂທ.