ດັ່ງນັ້ນ, ລັດຖະບານຫວຽດນາມ ກໍຄືບັນດາທ້ອງຖິ່ນຂອງຫວຽດນາມ ຈິ່ງໄດ້ເຫັນດີເຫັນພ້ອມກັບຢຸນໜານຮັກສາ ແລະ ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ກໍຄືການພົບປະແລກປ່ຽນປະຊາຊົນ, ພັດທະນາການຮ່ວມມືການທ່ອງທ່ຽວ, ວັດທະນະທໍາ, ວິທະຍາສາດເຕັກໂນໂລຢີ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານຮອງເລຂາຄະນະພັກແຂວງ ຢຸນໜານ ຫວາງອຸຍປົວ (ພາບ: VGP) |
ໃນການໄປປະຕິບັດງານຄັ້ງນີ້, ທ່ານ ຫວາງອຸຍປົວ ສະແດງຄວາມປາດຖະໜາຢາກເພີ່ມທະວີຂອບເຂດຂອງການຄ້າລະຫວ່າງສອງຝ່າຍ, ພັດທະນາເຂດການຄ້າເສລີ ເຄືອເຂົາ ໃຫ້ຫຼາຍກວ່າອີກ ແລະປະກອບສ່ວນນໍາ ລາວກາຍ ກາຍເປັນເຂດຮ່ວມມືຂ້າມຊາຍແດນລະຫວ່າງຫວຽດນາມ ແລະ ຈີນ.
ໂດຍເຫັນດີຕໍ່ຄໍາສະເໜີແນະຂອງທ່ານຮອງເລຂາຄະນະພັກ ຢຸນໜານ ໃນການເພີ່ມທະວີວົງເງິນສົ່ງອອກກັບ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ປັດຈຸບັນພວມປະສົບກັບຄວາມຫຍຸ້ງຍາກໃນການສົ່ງອອກສິນຄ້າ, ຜະລິດຕະພັນກະເສດ ຈາກຫວຽດນາມຢູ່ດ່ານຊາຍແດນ ແທັງທຸ໋ຍ ແຂວງຮ່າຢາງ ແລະ ດ່ານຊາຍແດນ ເຕິນແທັງແຂວງລ້າງເຊີນ ໄປຍັງບັນດາແຫ່ງຕ່າງໆຂອງຈີນນັ້ນ ສະເໜີໃຫ້ທ່ານ ຫວາງອຸຍປົວ ແລະ ການນໍາແຂວງຢຸນໜານ ເອົາໃຈໃສ່ແກ້ໄຂ.

