|
(ພາບ:laodong.vn) |
ທີ່ການຕ້ອນຮັບ ທ່ານ Ken Kawai ປະທານບໍລິຫານ ກຸ່ມບໍລິສັດອຸດສະຫະກຳໜັກ Mitsubishi ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຊົມເຊີຍກຸ່ມບໍລິສັດ ທີ່ໄດ້ມອບທຶນການສຶກສາໃຫ້ແກ່ນັກຮຽນ, ນັກສຶກສາ ກໍ່ຄືເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.
ທີ່ການຕ້ອນຮັບ ທ່ານ Matthew Lobner ຫົວໜ້າພະແນກສາກົນ ແລະ ຫົວໜ້າ ພະແນກວາງແຜນຍຸດທະສາດພາກພື້ນອາຊີ - ປາຊີຟິກ ທະນາຄານ HSBC, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ປາຖະໜາວ່າ HSBC ຈະສະໜອງບັນດາບົດລາຍງານຕີລາຄາ, ເຂົ້າຮ່ວມການປະກອບຄຳຄິດເຫັນ, ການໄຈ້ແຍກຕີລາຄາ ກ່ຽວກັບນະໂຍບາຍເສດຖະກິດມະຫາພາກ, ຊ່ວຍຫວຽດນາມ ແກ້ໄຂໜີ້ເສຍ, ສ້າງໂຄງປະກອບບັນດາລະບອບການເງິນຄືນໃໝ່ ແລະ ເພີ່ມການຮັບມືຂອງບັນດາທະນາຄານ ຕໍ່ກັບຜົນກະທົບຂອງສະພາບການເສດຖະກິດໂລກ.
ໃນວັນດຽວກັນ , ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ PhiIlip Yuen, ຜູ້ອຳນວຍການຝ່າຍ ບໍລິຫານ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງບໍລິສັດ Deloitte; ທ່ານ Kaushik Das, ຜູ້ອຳນວຍການຝ່າຍ ບໍລິຫານ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງບໍລິສັດທີ່ປຶກສາ McKinsey & Company, ທ່ານ Pyo Kim ຮອງປະທານຂັ້ນສູງ ກຸ່ມບໍລິສັດ ພະລັງງານ Hanwha.

