ກະຊວງການເງິນ ຈັດແບ່ງເພີ່ມເຕີມງົບປະມານໃຫ້ແກ່ບັນດາອົງການປະຕິບັດຫນ້າທີ່ໃນແຜນການປະຕິບັດສັນຍາ CPTPP ແລະ EVFTA ເພື່ອຮັບປະກັນການຜັນຂະຫຍາຍບັນດາການເຄື່ອນໄຫວໃຫ້ມີປະສິດທິຜົນ ແລະ ຕາມຄວາມຄຶບຫນ້າທີ່ໄດ້ເຊັນອະນຸມັດ.

ກະຊວງແຜນການ ແລະ ການລົງທຶນ ສົມທົບກັບບັນດາທ້ອງຖິ່ນ ຕິດຕາມຕົວເລກການລົງທຶນກັບບັນດາປະເທດ ເຂົ້າຮ່ວມສັນຍາ CPTPP ແລະ EVFTA ສະຫນອງໃຫ້ກະຊວງອຸດສາຫະກຳ ການຄ້າ ເພື່ອລວບລວມ.

ທະນາຄານແຫ່ງລັດ ຫວຽດນາມ ຄົ້ນຄ້ວາມາດຕະການເພື່ອສ້າງເງື່ອນໄຂສະດວກກວ່າໃຫ້ແກ່ວິສາຫະກິດໃນການສຳຜັດກັບບັນດາບ້ວງສິນເຊື່ອເພື່ອຍາດແຍ່ງບັນດາສັນຍາ FTA ຂອງຫວຽດນາມ.

ບູລະນະ ແລະ ສົກສູງກຳລັງຄວາມສາມາດໃຫ້ແກ່ພາກສ່ວນຮັບຜິດຊອບກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນເວົ້າລວມ ແລະ ການປະຕິບັດສັນຍາ CPTPP ແລະ EVFTA ເວົ້າສະເພາະ. ເປັນເຈົ້າການເຊື່ອມໂຍງ ແລະ ສົມທົບກັບອົງການຮັບຜິດຊອບ ປະຕິບັດສັນຍາ CPTPP ຂອງກະຊວງອຸດສາຫະກຳ ການຄ້າ ເພື່ອຍົກສູງປະສິດທິຜົນການປະຕິບັດ.