|
(ພາບ: vov.vn) |
ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢັ້ງຢືນວ່າ ຫວຽດນາມຖືການພັດທະນາການພົວພັນກັບບັນດາຄູ່ຮ່ວມມື ແລະເພື່ອນມິດຢູ່ພາກພື້ນອາຟິຼກາ ເປັນສໍາຄັນ, ໃນນັ້ນ ມີ ສ.ກີເນ. ທ່ານ Mamadi Toure ລັດຖະມົນຕີການຕ່າງປະເທດ ແລະ ຊາວຕ່າງດ້າວ ສ.ກີເນ ຢັ້ງຢືນວ່າ ກີເນຖືການພົວພັນກັບຫວຽດນາມເປັນສໍາຄັນ; ພ້ອມທັງປາດຖະໜາວ່າ ການພົວພັນລະຫວ່າງສອງປະເທດ ຈະເປີດກວ້າງໃນຫຼາຍຊ່ອງທາງ ຄື: ພັກ, ສະພາແຫ່ງຊາດ, ການພົວພັນແລກປ່ຽນປະຊາຊົນ, ຖືຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ເປັນພື້ນຖານເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດຢູ່ສອງທະວີບ.
ສອງຝ່າຍເປັນເອກະພາບກັນ ຈະມານະພະຍາຍາມເຮັດໃຫ້ການພົວພັນມິດຕະພາບ ລະຫວ່າງສອງປະເທດ ນັບມື້ນັບເລິກເຊິ່ງກວ່າ, ສູ້ຊົນເພີ່ມວົງເງິນການຄ້າສອງຝ່າຍ ທີ່ພວມພັດທະນາຢ່າງດີງາມ (ບັນລຸເກືອບ 160 ລ້ານ USD) ສົ່ງເສີມບັນດາວິສາຫະກິດຂອງຫວຽດນາມ ເຂົ້າມາເຄື່ອນໄຫວຄົ້ນຄວ້າ, ລົງທຶນໃນຕະຫຼາດ ກີເນ ແລະສ້າງເງື່ອນໄຂໃຫ້ການພົບປະແລກປ່ຽນລະຫວ່າງວິສາຫະກິດ ແລະປະຊາຊົນສອງປະເທດ.

