ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech HunSen ແລະ ທ່ານນາງ Khuon Sodary ໄດ້ຕີລາຄາສູງໝາກຜົນການຢ້ຽມຢາມ ແລະ ເຊື່ອໝັ້ນວ່າ ຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງກວ່າອີກ. ການນຳ ກຳປູເຈຍ ຕີລາຄາສູງຄວາມໝາຍຂອງເລື່ອງສອງຝ່າຍລົງນາມໃນເອກະສານນິຕິກຳສຳຄັນ ສອງສະບັບ ຮັບຮູ້ໝາກຜົນ 84% ວຽກງານຂີດຂັ້ນ ປັກຫລັກໝາຍຊາຍແດນທາງບົກທີ່ບັນລຸໄດ້ ພ້ອມທັງເຫັນດີ ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ຊອກຫາມາດຕະການເໝາະສົມເພື່ອສຳລັດວຽກງານຂີດຂັ້ນ ປັກຫລັກໝາຍຊາຍແທນທົ່ວເສັ້ນຊາຍແດນຫວຽດນາມ ກຳປູເຈຍ ໃຫ້ສຳເລັດຜົນ.
ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ພົບປະກັບປະທານສະພາສູງກຳປູເຈຍ Say Chhum ແລະ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ.
