(ພາບ: VGP)
ຍາມໃດ ຫວຽດນາມ ກໍ່ສະຫງວນບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ. ນັ້ນແມ່ນຄຳຢືນຢັນຂອງ ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫຼວງ ວຽງຈັນ, ໂດຍທ່ານ ອາດສະພັງທອງ ສີພັນດອນ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ ເປັນຫົວໜ້າຄະນະ ໃນຕອນບ່າຍວັນທີ 12 ພຶດສະພາ, ຢູ່ ຮ່າໂນ້ຍ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ສະເໜີໃຫ້ 2 ນະຄອນຫຼວງຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ໝາກຜົນກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຢູ່ 2 ທ້ອງຖິ່ນ; ສົມທົບກັນຜັນຂະຫຍາຍບົດບັນທຶກຂໍ້ຕົກລົງການຮ່ວມມືລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ໄລຍະ 2026 – 2030 ໃຫ້ເປັນຢ່າງດີ; ສືບຕໍ່ແລກປ່ຽນກ່ຽວກັບບັນດາໂຄງການຮ່ວມມືລະອຽດ, ສອດຄ່ອງກັບທ່າໄດ້ປຽບຄວາມສາມາດບົ່ມຊ້ອນຂອງ 2 ຝ່າຍ. ພ້ອມກັນນັ້ນ, ທ່ານກໍ່ສະເໜີໃຫ້ນະຄອນຫຼວງ ວຽງຈັນ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການສຳຄັນ, ຄື: ໂຄງການສວນສາທາລະນະມິດຕະພາບ ລາວ - ຫວຽດນາມ; ມະຫາວິທະຍາໄລມິດຕະພາບ ລາວ - ຫວຽດນາມ…
ສ່ວນທ່ານ ອາດສະພັງທອງ ສີພັນດອນ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ ປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງ 2 ນະຄອນຫຼວງ ຈະບັນລຸໝາກຜົນສູງສຸດ, ພິເສດແມ່ນບັນດາໂຄງການຮ່ວມມືພັດທະນາເສດຖະກິດ - ສັງຄົມ, ຊຸກຍູ້ວິສາຫະກິດ ຮ່າໂນ້ຍ ລົງທຶນຢູ່ນະຄອນຫຼວງ ວຽງຈັນ ໃຫ້ຫຼາຍກວ່າ…
