|
(ພາບ: TTXVN) |
ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ຮັບຮອງບັນດາໝາກຜົນທີ່ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນແຂວງດ້ຽນບຽນ ບັນລຸໄດ້ໃນວຽກງານແກ້ໄຂສະພາບການປະຊາຊົນຍົກຍ້ານຖິ່ນຖານແບບຊະຊາຍໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າສໍາລັບເລື່ອງປະຊາຊົນຍົກຍ້າຍຖິ່ນຖານແບບຊະຊາຍນີ້ ຖ້າຫາກວ່າ ອໍານາດການປົກຄອງທ້ອງຖິ່ນຄວບຄຸມບໍ່ໄດ້ ຈະສົ່ງຜົນສະທ້ອນເຖິງແຜນຜັງລວມ, ກໍ່ຜົນຕາມມາທີີ່ບໍ່ດີສໍາລັບການປ້ອງກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງເຂດຊາຍແດນ ແລະ ການປົກປັກຮັກສາປ່າອີກດ້ວຍ. ດັ່ງນັ້ນ, ທາງແຂວງດ້ຽນບຽນຕ້ອງແກ້ໄຂບັນຫາດັ່ງກ່າວໃຫ້ໄດ້, ເປັນເຈົ້າການໃນການຄວບຄຸມບັນຫາດັ່ງກ່າວ. ພ້ອມທັງຈັດຕັ້ງ, ແນະນໍາໃຫ້ພໍ່ແມ່ປະຊາຊົນຕັ້ງຖິ່ນຖານ, ບໍ່ປະໃຫ້ເກີດສະພາບການຍົກຍ້າຍຖິ່ນຖານ, ທໍາລາຍປ່າ ເພື່ອທໍາການຜະລິດ ຫຼືປູກຝັງແບບເຄື່ອນທີ່.
ກ່ອນໜ້ານັ້ນ, ວັນທີ 23 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມີການເຮັດວຽກກັບການນໍາເມືອງ ເມື່ອງແຍ໋ ກ່ຽວກັບຜົນແຫ່ງການປະຕິບັດແຜນຮ່າງຈັດສັນພົນລະເມືອງ, ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢູ່ເມືອງ ເມື່ອງແຍ໋.

