ຕອນບ່າຍວັນທີ 7 ກັນຍາ, ຕາມເວລາທ້ອງຖິ່ນ, ເຮືອບິນພິເສດຂົນສົ່ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Vnukovo, ນະຄອນຫຼວງ Moscow, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສະຫະພັນ ລັດເຊຍແຕ່ວັນທີ 7 – 9 ກັນຍາ, ຕາມຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ.
ພາຍຫຼັງໄປຮອດນະຄອນຫຼວງ Moscow, ທ່ານໂຕເລິມເລຂາທິການໃຫຍ່, ປະທານປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Gennady Ziuganov ປະທານພັກກອມມູນິດ ລັດເຊຍ. ນະທີ່ນີ້, ທ່ານ ໂຕເລິມ ສະເໜີພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ສະຫະພັນ ລັດເຊຍ ສືບຕໍ່ປະຕິບັດຂໍ້ຕົກລົງວ່າດ້ວຍການເປີດກວ້າງແລະ ເຮັດໃຫ້ການພົວພັນລະຫວ່າງສອງພັກເລິກເຊິ່ງກວ່າອີກ, ຕັ້ງໜ້າໜູນຊ່ວຍ ໃຫ້ການພົວພັນຮ່ວມມືລະຫວ່າງບັນດາອົງການຈັດຕັ້ງມະຫາຊົນຂອງສອງພັກ, ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງຄະນະຊາວໜຸ່ມ. ແລະກໍ່ໃນຕອນບ່າຍວັນດຽວກັນ, ກ່າວຄຳເຫັນທີ່ການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ສະຫະພັນລັດເຊຍ, ທ່ານ ໂຕເລິມ ໃຫ້ຮູ້ວ່າ:
“ຫວ່າງແລ້ວນີ້, ຄະນະບໍລິຫານງານສູນກາງພັກກອມມູນິດ, ກົມການເມືອງ, ຄະນະເລຂາທິການຫາກໍ່ວາງອອກຫຼາຍມະຕິ, ນະໂຍບາຍຊີ້ຂາດເພື່ອພັດທະນາປະເທດ, ເພື່ອຮຽກຮ້ອງຄວາມເຫັນດີເຫັນພ້ອມຂອງທົ່ວລະບົບການເມືອງ, ຂອງປວງຊົນໃນພາລະກິດພັດທະນາປະເທດຊາດ. ມະຕິກ່ຽວກັບຮູບແບບການພັດທະນາ ຂອງ ຫວຽດນາມ ໃນຊຸມປີຈະມາເຖິງແມ່ນຄືແນວໃດ; ວິໄສທັດເຖິງ ຮ້ອຍປີຕໍ່ໜ້າ, ຫາກບໍ່ພຍ=ແຕ່ຮອດປີ 2045; ວິທີການພັດທະນາຄືແນວໃດ, ຮູບແບບຄືແນວໃດ, ອີງໃສ່ວິທະຍາສາດເຕັກໂນໂລຢີໃດ, ການເຊື່ອມໂຍງສາກົນຄືແນວໃດ, ການພັດທະນາຂົງເຂດຕ່າງໆຄືແນວໃດ ລ້ວນແຕ່ໄດ້ວາງອອກເປົ້າໝາຍລະອຽດ”
