ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Narendra Modi ນາຍົກລັດຖະມົນຕີ ສ.ອິນເດຍ, ຕອນເຊົ້າວັນທີ 5 ພຶດສະພາ, ທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງຮ່າໂນຍໄປຢ້ຽມຢາມທາງລັດຖະກິດຢູ່ ສ.ອິນເດຍ. ການຢ້ຽມຢາມໄດ້ດຳເນີນແຕ່ວັນທີ 5 – 7 ພຶດສະພາ.
ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍສຳຄັນພິເສດ,ແມ່ນການຢ້ຽມຢາມອິນເດຍເປັນຄັ້ງທຳອິດຂອງທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມໃນຖານະຕຳແໜ່ງໃໝ່, ເຊິ່ງດຳເນີນກົງກັບໂອກາດສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2016 - 2026). ອິນເດຍແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານແຖວໜ້າຂອງຫວຽດນາມຢູ່ພາກພື້ນ, ສອງຝ່າຍມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ມີຫຼາຍຜົນປະໂຫຍດຍຸດທະສາດຄ້າຍຄືກັນ ແລະ ມີພື້ນຖານການພົບປະແລກປ່ຽນ, ຄວາມສະໜິດຕິດພັນດ້ານວັດທະນະທຳ, ຊົນຊາດມາແຕ່ດົນນານ. ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນ “ນະໂຍບາຍມຸ່ງໄປສູ່ທາງທິດຕາເວັນອອກ”ຂອງ ອິນເດຍ ແລະ ຢູ່ພາກພື້ນ ມະຫາສະໝຸດອິນເດຍ ປາຊີຟິກ. ທ່ານຫງວຽນແມັ້ງເກືອງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
ການຢ້ຽມຢາມທາງລັດຖະກິດຢູ່ອິນເດຍ ຄັ້ງນີ້ຂອງທ່ານໂຕເລິມເລຂາທິການໃຫຍ່, ປະທານປະເທດ ແມ່ນໂອກາດດີທີ່ສຸດເພື່ອໃຫ້ການນຳສອງປະເທດປຶກສາຫາລື, ເຫັນດີເປັນເອກະພາບ, ຮັບຮູ້, ປຶກສາຫາລື, ວາງອອກບັນດາທິດທາງ, ກຳນົດທິດທາງໃຫຍ່, ມີບັນດາມາດຕະການບຸກທະລຸເພື່ອນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ. ພິເສດແມ່ນເພີ່ມທະວີການຊຸກຍູ້ບັນດາຂົງເຂດຮ່ວມມືທີ່ແທ້ຈິງຄື: ການຮ່ວມມືດ້ານການຄ້າ, ການລົງທຶນ, ສືບຕໍ່ຊຸກຍູ້ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ກໍ່ຄືຍູ້ແຮງການຮ່ວມມືໃນຂົງເຂດສຳທີ່ສຸດໃນປັດຈຸບັນແມ່ນການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ.
