ນີ້ແມ່ນການພົບປະແບບເຊິ່ງໜ້າຄັ້ງທຳອິດລະຫວ່າງການນຳສອງປະເທດພາຍຫຼັງເວລາກວ່າ 6 ເດືອນ, ພ້ອມດຽວກັນນັ້ນ ກໍ່ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ນັບແຕ່ປີ 2017.
ການໄປປະຕິບັດງານຂອງທ່ານປະທານາທິບໍດີ ອາເມລິກາ ໄດ້ດຳເນີນໃນສະພາບການປະທະກັນລະຫວ່າງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ ຍັງບໍ່ທັນມີສັນຍານຫຼຸດຜ່ອນຄວາມເຄັ່ງຕຶງລົງເທື່ອ, ບັນດາຄວາມມານະພະຍາຍາມທາງການທູດ ແນໃສ່ບັນລຸໄດ້ຂໍ້ຕົກລົງສັນຕິພາບສືບຕໍ່ຕົກເຂົ້າສູ່ສະພາບຈົນຕາແຈ.
ທຳນຽບຂາວໃຫ້ຮູ້ວ່າ ນອກຈາກບັນຫາ ອີຣານ, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບດ້ານການຄ້າ, ພະລັງງານ, ຊ່ອງແຄບທະເລ Hormuz, ບັນຫາ ໄຕ້ຫວັນ ແລະ ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງສອງປະເທດ.
ນັກຂ່າວ VOV ປະຈຳ ອາເມລິກາ
