ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ

ຕອນເຊົ້າວັນທີ 2 ພະຈິກ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບ ຜູ້ແທນທີ່ມີອິດທິພົນຊື່ສຽງ 39 ຄົນ ເຊິ່ງຕາງໜ້າໃຫ້ເກືອບ 2.000 ຄົນ ທີ່ມີອິດທິພົນຊື່ສຽງໃນແຂວງຮ່າຢ່າງ ປີ 2022. ນີ້ແມ່ນບັນດາແບບຢ່າງດີເດັ່ນ, ນຳໜ້າໃນບັນດາຂະບວນການແຂ່ງຂັນຮັກຊາດ, ມີຫຼາຍຄຸນງາມຄວາມດີປະກອບສ່ວນ ໃຫ້ການພັດທະນາເສດຖະກິດ-ສັງຄົມ, ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ.

ກ່າວຄໍາເຫັນຢູ່ທີ່ການພົບປະ, ທ່ານປະທ່ານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ປະເທດຊາດຍາມໃດກໍ່ຕ້ອງການ ການປະກອບສ່ວນຂອງບັນດາບຸກຄົນຫຼັກແຫຼ່ງຊຶ່ງເປັນຜູ້ທີ່ມີອິດທິພົນຊື່ສຽງດີເດັ່ນໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ທ່ານປະທານປະເທດເຊື່ອໝັ້ນ ແລະ ຫວັງວ່າຜູ້ທີ່ມີອິດທິພົນຊື່ສຽງ ຈົ່ງເສີມຂະຫຍາຍມູນເຊື້ອອົງອາດກ້າຫານ, ບໍ່ຍອມຈຳນົນ ນ້ຳໃຈສາມັກຄີແຫ່ງຊາດ, ເປັນແວນແຍງໃຫ້ລູກຫຼານ ແລະ ປະຊາຊົນ; ສະແດງໃຫ້ເຫັນບົດບາດປັດໄຈຕັ້ງໜ້າ ໃນບັນດາຂະບວນການຂອງທ້ອງຖີ່ນ; ຂົນຂວາຍ, ແນະນຳໃຫ້ພໍ່ແມ່ປະຊາຊົນຢູ່ໝູ່ບ້ານ, ຂອງບ້ານເຮົາພ້ອມກັນບຸກບືນພັດທະນາເສດຖະກິດ-ສັງຄົມ, ຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາຄວາມສະຫງົບ, ປ້ອງກັນຊາດ. ພ້ອມກັນນັ້ນ, ສືບຕໍ່ອະນຸລັກ, ເສີມຂະຫຍາຍວັດທະນະທຳ, ສິລະປະມູນເຊື້ອເຊົາເຜົ່າ; ສຶກສາອົບຮົມໄວໜຸ່ມ, ຜ່ານນັ້ນສ້າງຄວາມສະໜິດຕິດພັນ, ເຂົ້າໃຈ ແລະ ຮັກແພງກັນໃນປະຊາຄົມ, ປະກອບສ່ວນເສີມສ້າງກຳລັງແຮງ ຫວຽດນາມ, ຄຸ່ນຄ່າ ຫວຽດນາມ ໃຫ້ມື້ນີ້ ແລະ ມື້ຕໍ່ໄປ.