ຄະ​ນະ​ການ​ນຳ​ຂອງ​ສະ​ຫະ​ພັນ​ບານ​ເຕະ ຫວຽດ​ນາມ (VFF) ໂດຍ​ທ່ານ ເຈິ່ນກວັກ​ຕວນ, ປະ​ທານ VFF ນຳ​ໜ້າ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ຮອບຊິງ​ຊະ​ນະ​ເລີດ​ບານເຕະໂລກ (World Cup 2026) ແລະ ຕິດ​ຕາມ​ການ​ແຂ່ງ​ຂັນ​ລະ​ຫວ່າງ ​ທິມ​ປະ​ເທດ​ເຈົ້າ​ພາບ ເມັກ​ຊີ​ໂກ ກັບ ອາ​ຟະ​ລິ​ກາ​ໃຕ້, ຢູ່​ສະ​ໜາມ​ກິ​ລາ Azteca, ໃນ​ຮຸ່ງ​ເຊົ້າ​ວັນ​ທີ 12 ມ​ິ​ຖຸ​ນາ (ຕາມ​ເວ​ລາ​ ຫວຽດ​ນາມ).

ການ​ໄປ​ປະ​ຕິ​ບັດ​ງານ​ຂອງ ​ທ່ານ​ປະ​ທານ ເຈິ່ນກວັກ​ຕວັນ, ​ກຳ​ມະ​ການຄະນະ​ແຂ່ງ​ຂັນ​ສະ​ຫະ​ພັ​ນ​ບານ​ເຕະ​ໂລກ (FIFA) ແກ່​ຍາວ​ແຕ່​ວັນ​ທີ 10 – 17 ມິ​ຖຸ​ນາ, ດ້ວຍຫຼາຍ​ການ​ເຄື່ອນ​ໄຫວທີ່​ສຳ​ຄັນ​​ຂອງ FIFA ຢູ່ນອກ​ງານ​ແຂ່ງ​ຂັນ​ໃຫຍ​່​ທີ່​ສຸດ​ໃນ​ໂລກນີ້. ການ​ເຂົ້າ​ຮ່ວມ​ພິ​ທີ​ໄຂ ແລະ ການ​ແຂ່ງ​ຂັນ​ນັດ​ທຳ​ອິດ​ຂອງ World Cup 2026 ກໍ​ນຳ​ມາ​ເຊິ່ງໂອກາດໃຫ້​ການ​ນຳ VFF ໄດ້​ຕິດ​ຕາມ​ວຽກ​ງານ​ຈັດ​ງານ​ແຂ່ງ​ຂັນ​ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ໂດຍ​ກົງ, ດ້ວຍ​ເລື່ອງ​ເປັນ​ຄັ້ງ​ທຳ​ອິດທີ່​ໄດ້​ເຕົ້າ​ໂຮມ 48 ທິມ​ກິ​ລາ​ແຫ່ງ​ຊາດ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ ແລະ ເຊື່ອມ​ໂຍງ​ຂອງ​ບານ​ເຕະ ຫວຽດ​ນາມ ​ກັບ​ບານ​ເຕ​ະ​ໂລກ.