ສຳນັກຂ່າວສານ RIA Novosti ໄດ້ຄັດສະເໜີຄຳເວົ້າຂອງ ທ່ານ Yuri Ushakov, ທີ່ປຶກສາດ້ານນະໂຍບາຍການຕ່າງປະເທດຂອງ ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ໂດຍໃຫ້ຮູ້ວ່າ ປະທານາທິບໍດີ 2 ທ່ານໄດ້ເຕື້ອງເຖິງບັນຫາແກ້ໄຂການປະທະກັນຢູ່ ຢູແກຼນ, ພິເສດແມ່ນໃນສະພາບທີ່ທ່ານ Donald Trump ໃກ້ຈະເຂົ້າຮ່ວມກອງປະຊຸມສຸດຍອດ ນາໂຕ ຢູ່ ຕວັກກີ ໃນວັນທີ 07 – 08 ກໍລະກົດ. ທ່ານ Yuri Ushakov, ໃຫ້ຮູ້ຕື່ມອີກວ່າ ການນຳ 2 ທ່ານກໍ່ແລກປ່ຽນກ່ຽວກັບບັນດາບັນຫາອື່ນອີກຄື ອີຣານ ແລະ ຕາເວັນອອກກາງ ໃນການໂອ້ລົມທາງໂທລະສັບທີ່ແກ່ຍາວ 85 ນາທີ.
ກ່ອນໜ້ານັ້ນໃນວັນດຽວກັນ, ໃນສື່ສັງຄົມອອນໄລ X, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ກໍ່ໃຫ້ຮູ້ວ່າ ໄດ້ພ້ອມກັບການນຳ ອາເມລິກາ ປຶກສາຫາລືກ່ຽວກັບການປະທະກັນ, ກໍຄືຄວາມມານະພະຍາຍາມດ້ານການທູດ. ທ່ານເນັ້ນໜັກວ່າ ປະຈຸບັນພວມມີແງ່ຫວັງຕົວຈິງເພື່ອຢຸດຕິການປະທະກັນ.
