ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN) |
ກ່ອນໜ້ານັ້ນ, ວັນທີ 09 ພະຈິກ ທ່ານ Trump ຖືວ່າ ເລື່ອງທ່ານປະທານາທິບໍດີ Emmanuel Macron ສະເໜີໃຫ້ສ້າງຕັ້ງກອງທັບຕ່າງຫາກຂອງສະຫະພາບເອີຣົບ (ອີຢູ) ແມ່ນການ “ແຕະຕ້ອງ”.
ຕາມທ່ານ Donald Trump ແລ້ວ, ຝລັ່ງສະເໜີສ້າງຕັ້ງ “ກອງທັບຕ່າງຫາກ” ເພື່ອປົກປ້ອງເອີຣົບ ຕໍ່ ອາເມລິກາ, ຈີນ ແລະ ລັດເຊຍ, ແຕ່ຄວາມຈິງແລ້ວ ເຢຍລະມັນແມ່ນ “ປັດໄຈໃຫຍ່” ຂອງສົງຄາມໂລກຄັ້ງທີ 1 ແລະ ທີ 2. ຕາມທ່ານ Donald Trump, ຊາວຝລັ່ງເລີ່ມຮຽນຕາມແບບຂອງຊາວເຢຍລະມັນ. ພ້ອມກັນນັ້ນ, ທ່ານປະທານາທິບໍດີ Donald Trump ກໍ່ສືບຕໍ່ຕໍາໜິຕິຕຽນບັນດາສໍາພັນທະມິດເອີຣົບ ຍ້ອນບໍ່ຍອມຈ່າຍຄ່າງົບປະມານໃຫ້ແກ່ກອງທັບຂອງຕົນ, ພິເສດແມ່ນເຢຍລະມັນ.

