ວັນທີ 18 ກໍລະກົດ, ທ່ານ Joseph Aoun, ປະທານາທິບໍດີ ລີບັງ ໄດ້ເດີນທາງໄປຢ້ຽມຢາມ ອາເມລິກາ ແລະ ຄາດວ່າຈະພົບປະຂັ້ນສຸດຍອດກັບທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃນວັນທີ 21 ກໍລະກົດ, ທີ່ນະຄອນຫຼວງ ວໍຊິງຕັນ. ນີ້ຈະແມ່ນການພົບປະຂັ້ນສຸດຍອດ ອາເມລິກາ - ລີບັງ ເປັນຄັ້ງທຳອິດນັບແຕ່ປີ 2009, ເຊິ່ງດຳເນີນໄປໃນສະພາບທີ່ ລີບັງ ແລະ ອິດສະຣາແອັນ ພວມດຳເນີນການເຈລະຈາກ່ຽວກັບມາດຕະການສິ້ນສຸດສົງຄາມ, ສ້າງສັນຕິພາບຄືນໃໝ່.
ຄາດວ່າ, ການພົບປະຂັ້ນສຸດຍອດລະຫວ່າງການນຳຂັ້ນສູງ 2 ປະເທດຈະປີ່ນອ້ອມບັນດາບັນຫາ, ຄື: ການພົວພັນ 2 ຝ່າຍ ອາເມລິກາ - ລີບັງ, ບັນດາການຜັນແປດ້ານຄວາມໝັ້ນຄົງ ແລະ ເສດຖະກິດຢູ່ ລີບັງ; ພິເສດ, ການພົບປະສົນທະນາຈະສຸມໃສ່ວິວັດການເຈລະຈາ ອິດສະຣາແອັນ - ລີບັງ, ກໍ່ມີບັນດາມາດຕະການຮັກສາຄຳສັ່ງຢຸດຍິງຢູ່ ລີບັງ ໂດຍ ອາເມລິກາ ອຸປະຖຳ.
