|
(ພາບ: AFP/TTXVN) |
ວັນທີ 28 ພະຈິກ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີການຢ້ຽມຢາມບັນດາພົນທະຫານອາເມລິກາ ຢູ່ອາບການິດສະຖານ ໂດຍບໍ່ແຈ້ງກ່ອນ ເນື່ອງໃນໂອກາດວັນບຸນຄຼິດສະມາດ. ໄປພ້ອມກັບທ່ານ D.Trump ມີທ່ານ Robert O’Brien, ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດທຳນຽບຂາວ, ກຸ່ມນັກຂ່າວ… ທ່ານປະທານາທິບໍດີ D.Trump ໄດ້ພົບປະກັບຄູ່ຕຳແໜ່ງອາບການິດສະຖານທ່ານ Ashraf Ghani ແລະ ກ່າວຄຳເຫັນຕໍ່ໜ້າບັນດາພົນທະຫານອາເມລິກາ.

