ທ່ານ ເຈີ່ນດ້າຍກວາງ ພົບປະກັບທ່ານ Nawar Sharif

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ປາກິດສະຖານ Nawar Sharif, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບການຮ່ວມມືກັບ ປາກິດສະຖານ. ໃນສະພາວະ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (08/11/1972 – 08/11/2017), ທ່ານປະທານປະເທດສະແດງຄວາມປາດຖະໜາວ່າ ເນື່ອງໃນໂອກາດນີ້ ຈະຊຸກຍູ້ບັນດາການເຄື່ອນໄຫວແທດຈິງ, ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ. ທ່ານປະທານປະເທດເຈີ່ນດ້າຍກວາງປາດຖະໜາຢາກ 2 ຝ່າຍສູ້ຊົນນຳການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່.

ສ່ວນທ່ານນາຍົກລັດຖະມົນຕີ ປາກິດສະຖານ Nawar Sharif ຢືນຢັນວ່າ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ, ປາດຖະໜາຢາກຊຸກຍູ້ການພົວພັນກັບ ຫວຽດນາມ ກ່ວາອີກ, ຊົມເຊີຍບັນດາກົນໄກລະຫວ່າງ 2 ປະເທດໃນປະຈຸບັນ.

ທ່ານ ເຈີ່ນດ້າຍກວາງ ມີການພົບປະກັບທ່ານ Toshihiro Naka

ທີ່ການຕ້ອນຮັບທ່ານ Toshihiro Nakai ເລຂາທິການໃຫຍ່ພັກປະຊາທິປະໄຕເສລີ ຍີ່ປຸ່ນ, ປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານ Toshihiro Nakai ມີຄວາມເບີກບານມ່ວນຊື່ນ ເມື່ອເຫັນການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ 2 ປະເທດໃນໄລຍະຜ່ານມາ ຊຶ່ງໄດ້ພັດທະນາອັນດີງາມໃນທຸກຂົງເຂດ.ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີຊຸກຍູ້ບັນດາການຢ້ຽມຢາມ, ພົບປະຢູ່ທຸກຂັ້ນຫລາຍກ່ວາອີກ, ພິເສດແມ່ນຂັ້ນສູງ ແລະ ລະຫວ່າງສະມາຊິກລັດຖະສະພາ 2 ປະເທດ. ທ່ານ Toshihiro Nakai ຕີລາຄາສູງທີ່ຕັ້ງ, ບົດບາດຂອງ ຫວຽດນາມ ຢູ່ພາກພື້ນ, ສະໜັບສະໜູນ ຫວຽດນາມ ຈັດຕັ້ງກອງປະຊຸມຂັ້ນສູງຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ສຳເລັດຜົນ.