(ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ) |
ຕອນເຊົ້າວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເປັນປະທານການເຮັດວຽກກັບຄະນະວຽກງານການເມືອງສູນກາງ, ອົງການປະຈຳຂອງຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ເພື່ອປະກອບຄຳເຫັນໃສ່ທິດທາງ, ໜ້າທີ່ຈຸດສຸມຈຳນວນໜຶ່ງໃນວຽກງານປະຕິຮູບຕຸລະການໃນໄລຍະຈະມາເຖິງ, ສ້າງບັນດາຂໍ້ກຳນົດກ່ຽວກັບພາລະບົດບາດ, ໜ້າທີ່, ສິດ, ລະບອບການເຮັດວຽກ, ການພົວພັນວຽກງານຂອງຄະນະຊີ້ນຳໃຫ້ສົມບູນແບບ.
ທີ່ກອງປະຊຸມ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງຄະນະວຽກງານການເມືອງສູນກາງ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ຄົ້ນຄວ້າສ້າງຮ່າງຂໍ້ກຳນົດໃຫ້ສົມບູນແບບ ຍື່ນສະເໜີຕໍ່ກົມການເມືອງພິຈາລະນາປະກາດໃຊ້; ພ້ອມກັນນັ້ນ, ທ່ານສະເໜີສືບຕໍ່ເປັນເຈົ້າການສົມທົບ, ໃຫ້ຄຳປຶກສາ, ກະກຽມເນື້ອໃນກອງປະຊຸມຄັ້ງທຳອິດພາຍຫຼັງທີ່ກົມການເມືອງມີຂໍ້ຕົກລົງບູລະນະຄະນະຊີ້ນຳໃຫ້ສົມບູນແບບໃຫ້ເປັນຢ່າງດີ.

