ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານປະລິນຍາເອກ Hassan Rouhani ປະທານາທິບໍດີ ສາທາລະນະລັດ ອິດສະລາມ ອີຣານ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານປະລິນຍາເອກ Mohammad Javad Zarif ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ອິດສະລາມ ອີຣານ ເຊັ່ນດຽວກັນ.