ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບ ທ່ານ Mohamed Elmurtada Mubarak Ismail Sirad ເອກອັກຄະລັດຖະທູດ ຊູດັງ

ເມື່ອຕອ້ນຮັບທ່ານເອກອັກຄະລັດຖະທູດ ຊູດັງ, ທ່ານປະທານປະເທດເຈີນດ້າຍກວາງສະເຫນີ ສອງຝ່າຍຄວນສົມທົບກັນໂດຍໄວເພື່ອຈັດຕັ້ງກອງປະຊຸມຄັ້ງໃຫມ່ເພື່ອຍູ້ແຮງການພົວພັນການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ທ່ານປະທານປະເທດ ປາດຖະຫນາຢາກ ຊູດັງ ສືບຕໍ່ສະຫນັບສະຫນູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງຕຳແຫນ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021.

ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ເປຣູ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີ ທ່ານເອກອັກຄະລັດຖະທູດ ສະເຫນີ ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນທາງສອງຝ່າຍ ແລະ ຫລາຍຝ່າຍ. ທ່ານປະທານປະເທດສະເຫນີ ລັດຖະບານ ເປຣູ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາໂຄງການໂທລະຄົມມະນາຄົມ ແລະ ນ້ຳມັນອາຍແກສຂອງບັນດາວິສາຫະກິດຫວຽດນາມ.

ທີ່ການຕ້ອນຮັບເອກອັກຄະລັດຖະທູດ ຊຳບີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີ 2 ປະເທດແລກປ່ຽນ, ລົງນາມໃນເອກະສານຮ່ວມມື ພ້ອມທັງຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອໃຫ້ 2 ຝ່າຍເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ທ່າແຮງເພື່ອຮ່ວມມື. ທ່ານປະທານປະເທດສະເໜີ ຊຳບີ ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021; ຮັບຮູ້ ຫວຽດນາມ ມີຂໍ້ກຳນົດເສດຖະກິດການຕະຫລາດຢ່າງຄົບຖ້ວນ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາບການິດສະຖານ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢັ້ງຢືນວ່າ ນະໂຍບາຍຂອງ ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງວົງຄະນະຍາດສາກົນ ກ່ຽວກັບເລື່ອງສ້າງຕັ້ງຄືນໃໝ່ ແລະ ສ້າງສະພາບການຢູ່ ອາບການິດສະຖານ ເປັນປົກກະຕິ ບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດ ອາບການິດສະຖານ ໃຫ້ຮູ້ວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ນາມີບີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍເພີ່ມທະວີການແລກປ່ຽນວົງເງິນການຄ້າ ແລະ ການລົງທຶນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ກະສິກຳປຸງແຕ່ງ, ສິນໃນນ້ຳ, ຕ່ຳແຜ່ນຕັດຫຍິບ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂບລີວີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບບັນດາປະເທດເພື່ອນມິດຢູ່ ອາເມລິກາລາຕິນ ໃນນັ້ນມີ ໂບລີວີ. ທ່ານປະທານປະເທດສະເໜີ 2 ປະເທດເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.