ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ລາງວັນ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປ​ະ​ທານ​ສະ​ພ​າ​ແຫ່ງ​ຊາດ ຫວຽດ​ນາມ ເນັ້ນ​ໜັ​ກວ່າ ສື່ມວນ​ຊົນ​ປະ​ຕິ​ວັດໄດ້​ນຳ​ໜ້າໃນ​ແນວ​ຮົບ​ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ, ຕ​ໍ່​ສູ້ປະ​ຕິ​ເສດ​ບັນ​ດາ​ທັດ​ສະ​ນະ​ທີີ່​ຜິດ​ພາດ, ເປັນ​ປໍ​ລະ​ປັກ​, ແຜ່​ກະ​ຈາຍ​ນ້ຳ​ໃຈ​ເມດ​ຕາ​ປາ​ນີ, ມະ​ນຸດ​ສະ​ທຳ. ສື່ມວນ​ຊົນ​ປະ​ກອບ​ສ່ວນໂຄ​ສະ​ນາ​ພາບ​ພົດ​ອັນ​ດີ​ງາມ​ຂອງ​ປະ​ເທດ​ຊາດ, ຂອງ ຊາວ ຫວຽດ​ນາມ ອອກ​ສູ່​ໂລກ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ເນັ້ນ​ໜັກ​ວ່າ:

“ສື່ມວນ​ຊົນ​ຕ້ອງ​ນຳ​ໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່, ເພື່ອ​ແບ​ກ​ຫາບ​ບົດ​ບາດ​ໜ້າ​ທີ່​ຢ່າງ​ໃຫຍ່​ຫຼວງກວ່າ. ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ສື່ມວນ​ຊົນບໍ່​ໄດ້​ລື່ມ​ຄຸນ​ຄ່າ​ແກ່​ນ​ສານ​ຂອງ​ສື່ມວນ​ຊົນ​ປະ​ຕິ​ວັດ, ນັ້ນ​ແມ່ນ​ອຸ​ດົມ​ຄະ​ຕິ, ຈົ່ງ​ຮັກ​ພັກ​ດີ​ຕໍ່​ພັກ, ຕໍ່​ປະ​ເທດ​ຊາດ​ຢ່າງ​ສິ້ນ​ເຊິ່ງ ແລະ ​ຜູກ​ພັນ​ເລືອດ​ເນື້ອ​ກັບ​ປະ​ຊາ​ຊົນ, ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ​ເໜືອກວ່າ​ສິ່ງ​ໃດ​ໝົດ”.

ທີ່​ພິ​ທີ​ມອບ​ລາງວັນ, ສະ​ພາ​ສື່ມວນ​ຊົນ​ແຫ່ງ​ຊາດ​ໄດ້​ມອບ​ລາງວັນ A 11 ລ​າງ​ວັ​ນ, ລາງວັນ B 26 ລາງວັນ, ລາງວັນ C 50 ລາງວັນ. ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ມີ​ໄດ້​ຮັບ 2 ລາງວັນ A