ການ​ຢ້ຽມ​ຢາມແມ່ນເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມືອັນ​ແທດ​ຈິງ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດຂອງ​ສອງ​ປະ​ເທດ​, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​, ປ້ອງ​ກັນ​ຄວາມ​ສະ​ຫງົບ​, ເສດ​ຖະ​ກິດ​, ພິ​ເສດ​ແມ່ນ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະ ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​, ເໝາະ​ສົມ​ກັບ​ເນື້ອ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ມົງ​ໂກລີ​.

​ຕາມ​ທ່ານ ຫງວຽນ​ມິງ​ຫວູ ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລ້ວ​, ການ​ຢ້ຽມ​ຢາມໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມືຢ່າງແທດ​ຈິງ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ເໝາະ​ສົມ​ກັບ​ການ​ຮ່ວມ​ມືດ້ານ​ການ​ເມືອງ​ອັນດີ​ງາມ ລະ​ຫວ່າງ​ສອງ​ປະ​ເທດ​. ພິ​ເສດ​, ສອງ​ຝ່າຍ​ຍັງ​ມີ​ຫຼາຍ​ທ່າ​ແຮງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ແຮ່​ທາດ​, ການ​ສຶກ​ສາ - ບຳ​ລຸງ​ສ້າງ​, ການ​ຄ້າ​, ການ​ທ່ອງ​ທ່ຽວ​, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ພິ​ເສດ​ມີ​ຂົງ​ເຂດ​ການ​ຮ່ວມ​ມືໃໝ່​ໜຶ່ງທ່ີ​ພວມ​ພົ້ນ​ເດັ່ນ​ ນັ້ນແມ່ນ​ການ​ຮ່ວມ​ມືດ້ານ​ພະ​ລັງ​ງານທົດແທນ​ຢູ່ ມົງ​ໂກລີ​. ທ່ານ​ກ່າວ​ວ່າ​:

“ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລະ​ຫວ່າງ ຫວຽດ​ນາມ ແລະ ມົງ​ໂກລີ​, ອາດ​ເວົ້າ​ໄດ້​ວ່າ​ ໄດ້ຂາດ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ຄື​ແນວ​ນີ້​ໃນ​ໄລຍະ 20 ປີ​ຜ່ານ​ມາ​, ການຢ້ຽມຢາມຄັ້ງນີ້ ໄດ້ປະ​ກອບ​ສ່ວນ​ສ້າງ​ກຳ​ລັງ​ໜູນ​ໃໝ່​ເພື່ອ​ໃຫ້​ສອງ​ຝ່າຍ​, ທັງ​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ສອງ​ຝ່າຍ​, ການ​ນຳ​ບັນ​ດາ​ກຳ​ມາ​ທິ​ການ​ສະ​ເພາະ​ກິດ​, ບັນ​ດາ​ສະ​ມາ​ຊິກ​ລັດຖະສະ​ພາ, ສະ​ມາ​ຊິກລັດຖະສະ​ພາ​ໜຸ່ມ​, ສະ​ມາ​ຊິກ​ລັດຖະສະ​ພາເພດຍິງ ຈະ​ເພິ່ມ​ທະ​ວີ​ການ​ແລກ​ປ່ຽນ​, ແບ່ງ​ປັນ​ກ່ຽວ​ກັບ​ບົດ​ຮຽນ​ໃນວຽກງານນິ​ຕິ​ບັນ​ຍັດ​, ບົດ​ຮຽນ​ກ່ຽວ​ກັບ​ການຄຸ້ມຄອງ​ບໍ​ລິ​ຫານ​ປະ​ເທດ​ຊາດ​, ບົດ​ຮຽນ​ສ້າງ​ລະ​ບອບລະບຽບການ​ໃຫ້​ສົມ​ບູນ​ແບບ​, ກໍ່​ຄື​ເຂົ້າ​ຮ່ວມ​ໃນ​ການ​ກະ​ຕຸກ​ຊຸກ​ຍູ້ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ມົງ​ໂກລີ​, ເພື່ອ​ເຮັດ​ແນວ​ໃດ​ໃຫ້​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​​ລະ​ຫວ່າງ​ສອງປະ​ເທດທີ່​ໄດ້​ລົງ​ນາມ​ນັບ​ແຕ່​ກ່ອນ​ມາ​ຮອດປັດຈຸບັນ ຈະ​ໄດ້ຫັນ​ເປັນ​ບັນ​ດາ​ໂຄງ​ການ​, ບັນ​ດາ​ໝາກ​ຜົນ ແລະ ຜົນ​ປະ​ໂຫຍດ​ລະ​ອຽດ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​”.