ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2026), ຕອນເຊົ້າວັນທີ 19 ກໍລະກົດ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດານັກຮົບເສຍອົງຄະ, ທະຫານເຈັບປວຍຢູ່ສູນເບິ່ງແຍງດູແລມະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ, ຢູ່ຕາແສງ ລອງຫາຍ, ນະຄອນ ໂຮ່ຈີມິນ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ ພັກ, ລັດ ຖືວຽກງານເບິ່ງແຍງດູແລບັນດາຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ທະຫານເຈັບປວຍ, ຄອບຄົວມີນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນຈຸດສຸມດ້ານການເມືອງ, ສະແດງໃຫ້ເຫັນລັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີວ່າ ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ຕ້ອງສືບຕໍ່ກວດ, ປິ່ນປົວພະຍາດໃຫ້ແກ່ບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ, ທະຫານເສຍອົງຄະ, ທະຫານເຈັບປວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ; ຍູ້ແຮງວຽກງານທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ.
(ພາບ: TTXVN)
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 18 ກໍລະກົດ, ຄະນະປະຕິບັດງານຂອງຄະນະພັກແນວໂຮມປະເທດຊາດ, ບັນດາໝູ່ຄະນະສູນກາງ, ໂດຍທ່ານ ຫງວຽນຟີລອງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ເພື່ອອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9 ແລະ ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ແຂວງ ກວາງຈີ້.
ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເສັ້ນທາງເລກ 9 ແມ່ນແຫ່ງຝັງສົບຂອງນັກວິລະຊົນທີ່ເສຍສະຫຼະຊິວີດເພື່ອຊາດເກືອບ 11.000 ຄົນທີ່ໄດ້ເສຍສະຫຼະຊີວິດຢູ່ແນວຮົບເສັ້ນທາງເລກ 9 ແລະ ຢູ່ປະເທດ ລາວ ໃນສົງຄາມຕໍ່ສູ້, ຕ້ານ ອາເມລິກາ ກູ້ຊາດ ແລະ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
