ທ່ານ Kim Yong Nam ປະທານສະພາປະຊາຊົນສູງສຸດ ສປປ.ເກົາຫຼີ (ພາບ: UPI) |
ຈະຢ້ຽມຢາມ ສ.ເກົາຫຼີ ແຕ່ວັນທີ 09 - 11 ກຸມພາ. ທ່ານ Kim Yong Nam ຢ້ຽມຢາມ ສ.ເກົາຫຼີ ໃນຖານະເປັນຫົວໜ້າຄະນະປະຕິບັດງານຂັ້ນສູງຂອງຄະນະນັກກິລາ ສປປ.ເກົາຫຼີ ເຂົ້າຮ່ວມງານມະຫາກຳກິລາລະດູໜາວ ເຊິ່ງຈັດຕັ້ງຢູ່ Pyeongchan, ສ.ເກົາຫຼີ.
ກ່ອນນັ້ນ ສປປ.ເກົາຫຼີ ໄດ້ຕົກລົງຈັດສົ່ງບັນດານັກກິລາ, ເຈົ້າໜ້າທີ່ຂັ້ນສູງ, ນັກສິລະປະ ແລະ ກອງເຊຍເຂົ້າຮ່ວມງານມະຫາກຳກິລາລະດູໜາວຢູ່ ສ.ເກົາຫຼີ.

