(ພາບ: quochoi.vn)
ຕອນເຊົ້າວັນທີ 05 ສິງຫາ, ທ່ານ ໂສພົນ ຊາຣຳ, ປະທານສະພາແຫ່ງຊາດ, ທັງເປັນປະທານສະພາຜູ້ແທນລາຊະດອນແຫ່ງລາຊະອານາຈັກ ໄທ, ໄດ້ເລີ່ມຕົ້ນມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 05 – 07 ສິງຫາ, ຕາມຄຳເຊີນຂອງທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ.
ການຢ້ຽມຢາມເພື່ອຢືນຢັນຄວາມຕັດສິນໃນຂອງອົງການນິຕິບັນຍັດ 2 ປະເທດໃນເລື່ອງສືບຕໍ່ເສີມຂະຫຍາຍບົດບາດຂອງການທູດລັດຖະສະພາ, ປະກອບສ່ວນຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນລາຊະດອນ ໄທ ໄລຍະ 2023 – 2028 ໃຫ້ມີປະສິດທິຜົນ.
ຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນການໂອ້ລົມສົນທະນາກັບທ່ານ ໂສພົນ ຊາຣຳ, ປະທານສະພາແຫ່ງຊາດ, ທັງເປັນປະທານສະພາຜູ້ແທນລາຊະດອນແຫ່ງລາຊະອານາຈັກ ໄທ.
ທີ່ການໂອ້ລົມສົນທະນາ, ການນຳ 2 ທ່ານໄດ້ຢືນຢັນການພົວພັນ ຫວຽດນາມ - ໄທ ພວມພັດທະນາຢ່າງແຮງ ພາຍຫຼັງທີ່ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃນປີ 2025, ພ້ອມກັນນັ້ນ, ເຫັນດີສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ.
ກ່ຽວກັບການຮ່ວມມືລັດຖະສະພາ, 2 ຝ່າຍໄດ້ເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນໃນການສ້າງກົດໝາຍ, ການຕິດຕາມກວດກາສູງສຸດ, ການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດ ໃນການສ້າງຂອບນິຕິກຳໃຫ້ສົມບູນແບບ ແລະ ຕິດຕາມການປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໄລຍະ 2026 – 2031.
