ການໂອ້ລົມສົນທະນາ “ທ່າອ່ຽງນະໂຍບາຍສຳລັບເສດຖະກິດພື້ນຖານ (ພາບ: TTXVN) |
ເຫດການໄດ້ດຶງດູດຄວາມສົນໃຈເຂົ້າຮ່ວມຂອງນັກຊ່ຽວຊານເສດຖະກິດ, ກົດໝາຍ; ບັນດານັກຄຸ້ມຄອງ; ຜູ້ຕາງໜ້າບັນດາສະຫະສະມາຄົມ ແລະ ວິສາຫະກິດເປັນຈຳນວນຫລວງຫລາຍ.
ທ່ານ ເຈິ່ນຈ້ອງຕ໊ວຽນ ເລຂາທິການໃຫຍ່ VECOM ໃຫ້ຂໍ້ສັງເກດວ່າ ຮູບແບບເສດຖະກິດພື້ນຖານໄດ້ພັດທະນາຢ່າງແຮງຢູ່ໃນໂລກ ແລະ ຢູ່ ຫວຽດນາມ. ປັດຈຸບັນ, ຂົງເຂດນີ້ພວມໄດ້ຮັບການສະໜັບສະໜູນ ແລະ ຕີລາຄາຢ່າງຕັ້ງໜ້າຈາກບັນດາຝ່າຍທີ່ກ່ຽວຂ້ອງ ໂດຍອີງໃສ່ຜົນປະໂຫຍດ ເຊິ່ງບັນດາພື້ນຖານນຳມາໃຫ້.

