ວັນ​ທີ 30 ກໍ​ລະ​ກົດ, ຄະ​ນະ​ຊີ້​ນຳ​ທະ​ຫານ​ເຂດ 7 ກ່ຽວ​ກັບ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບ​ເບື້ອງ​ຕົ້ນ​ກ່ຽວ​ກັບໜ້າ​ທີ່​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດໃນ 6 ເດືອນ​ຕົ້ນ​ປີ, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ໃນ 6 ເດືອນ​ທ້າຍ​ປີ 2026.

ໃນ 6 ເດືອນ​ຕົ້ນ​ປີ 2026, ທົ່ວທະ​ຫານ​ເຂດ 7 ໄດ້ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດໄດ້ 814 ອັດ​ຖິ. ສະ​ເພາະ​ໃນ​ໄລ​ຍະ​ປະ​ຕິ​ບັດ​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ (ແຕ່​ວັນ​ທີ 15 ມີ​ນາ - 29 ກໍ​ລະ​ກົດ 2026), ບັນ​ດາ​ກຳ​ລັງ​ໄດ້​ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​​ວິດ​ເພື່ອ​ຊາດ 584 ອັດ​ຖິ, ລວມ​ມີ ອັດ​ຖິນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ພາຍ​ໃນ​ປະ​ເທດ 191 ອັດ​ຖິ, ຢູ່ ກຳ​ປູ​ເຈຍ 393 ອັດ​ຖິ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ພົນ​ຕີ ເຈິ່ນງ​ອັກ​ວິງ, ຫົວ​ໜ້າ​ການ​ເມືອງ​ທະ​ຫານ​ເຂດ 7, ຮຽ​ກ​ຮ້ອງ​ໃຫ້​ທະ​ຫານ​ເຂດ 7 ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ເພື່ອ​ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ການ​ເກັບ, ແກ້​ໄຂ​ຂໍ້​ມູນຮັບ​ໃຊ້​ວຽກ​ງານ​ຊອກ​ຫາ; ຍູ້​ແຮງ​ການກວດ, ຢັ້ງ​ຢືນ​ຂໍ້​ມູນ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ; ຜັນ​ຂະ​ຫຍາຍ​ການ​ເກັບ​ເອົາ​ຕົວ​ຢ່າງທາງ​ຊີ​ວະ​ສາດ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ມອບ​ຕົວ​​ຢ່າງ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ໄດ້​ຊື່​ເພື່ອ​ຮັບ​ໃຊ້​ການ​ວິ​ໄຈ ADN.