ພາບປະກອບ

ບັນດານັກຊ່ຽວຊານເສດຖະກິດຂອງທະນາຄານ Standard Chartered ຍັງຄາດຄະເນວ່າ ບັນດາຂົງເຂດຢູ່ຕະຫຼາດພາຍໃນປະເທດຄື ຂາຍຍ່ອຍ ຈະຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຖ້າຫາກໂລກລະບາດ ໂຄວິດ-19 ແກ່ຍາວ.

ເຖິງວ່າ ໄດ້ຫຼຸດຜ່ອນການຄາດຄະເນລະດັບການເຕີບໂຕເສດຖະກິດຫວຽດນາມໃນປີ 2021 ກໍຕາມ, ແຕ່ທະນາຄານ Standard Chartered ຍັງມີການຄາດຄະເນວ່າ ປີ 2022 GDP ຂອງຫວຽດນາມ ສືບຕໍ່ຈະບັນລຸລະດັບເຕີບໂຕ 7,3% ໂດຍອີງໃສ່ ຄວາມຫວັງຕໍ່ພື້ນຖານເສດຖະກິດຫວຽດນາມຈະຟື້ນຟູ ຢ່າງແຂງແຮງພາຍຫຼັງທີ່ໂລກລະບາດໄດ້ຮັບການຄວບຄຸມ.