ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ວິວັດການສ້າງຮ່າງແຜນຮ່າງຍຸດທະສາດສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ຍາມໃດກໍຢູ່ພາຍໃຕ້ການນຳພາຂອງພັກ, ອີງຕາມພື້ນຖານລັດທິ ມາກ - ເລນິນ ແລະ ແນວຄິດໂຮ່ຈີມິນ; ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ບັນດາຜົນງານ ແລະ ປະສົບການຕົວຈິງໃນການສ້າງສາ ແລະ ພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ຄວນຖອດຖອນບົດຮຽນຈາກສາກົນແບບມີການຄັດເລືອກ, ແທດເໝາະກັບເງື່ອນໄຂ, ສະພາບການຂອງ ຫວຽດນາມ; ຮັບປະກັນສະຖຽນລະພາບດ້ານການເມືອງ, ອະທິປະໄຕແຫ່ງຊາດ, ຮັກສາການກຳນົດທິດສັງຄົມນິຍົມ ແລະ ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ ໃຫ້ນັບມື້ນັບດີກວ່າອີກ.

“ມີບາງເນື້ອໃນລຸລ່ວງ ເຊິ່ງຄະນະຊີ້ນຳໄດ້ເອົາໃຈໃສ່, ຊາບຊຶມ ນັ້ນແມ່ນ ຕ້ອງເສີມຂະຫຍາຍປະຊາທິປະໄຕ, ຮັບຟັງບັນດາບັນຫາທີ່ມີຄວາມເຫັນແຕກຕ່າງກັນ, ຊາບຊຶມ, ເຮັດແຈ້ງສາຍພົວພັນພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ ໃຫ້ຈະແຈ້ງວ່າ. ທີສາມແມ່ນ, ຄວບຄຸມສິດອຳນາດແຫ່ງລັດໃນລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ໂດຍພັກນຳພາ ແລະ ໄດ້ລະບຸໃນໂຄງການດຳເນີນງານສ້າງສາປະເທດຊາດໃນສະໄໝຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ກໍຄື ເອກະສານສະບັບຕ່າງໆຂອງ ກອງປະຊຸມໃຫຍ່ຂອງພັກ ແລະ ລັດຖະທຳມະນູນປີ 2013.”